Logo

ວິໄສທັດ: ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ມີຄວາມອຸດົມສົມບູນ ເປັນທ່າແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ຊີວະນານາພັນ, ສິ່ງແວດລ້ອມ ແລະ ຮັບມືການປ່ຽນແປງດິນຟ້າອາກາດ. ເປົ້າໝາຍ: ຄຸ້ມຄອງ ແລະ ປົກປັກຮັກສາ ຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທໍາລາຍ. ພື້ນຟູບູລະນະ ແລະ ພັດທະນາ ປ່າໄມ້ທີ່ຊຸດໂຊມ ໃຫ້ມີຄວາມອຸດົມສົມບູນ ເປັນແຫຼ່ງສະສົມສິນເຊື່ອກາກບອນ, ບໍລິການທ່ອງທ່ຽວ ແລະ ສະໜອງວັດຖຸດິບໃຫ້ແກ່ອຸດສາຫະກຳປຸງແຕ່ງໄມ້ ທີ່ມີການນຳໃຊ້ ເຕັກນິກ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ທັນສະໄໝ ປະກອບສ່ວນຢ່າງແຂງແຮງ ເຂົ້າໃນການສ້າງລາຍຮັບ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ໜ້າທີ່:

1.ປະຕິບັດກົດໝາຍ, ດຳລັດ, ນິຕິກຳອື່ນຂອງຂັ້ນເທິງ ແລະ ນິຕິກຳຕ່າງໆຂອງກະຊວງກະສິກຳ ແລະ ປ່າໄມ້;
2.ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ມາເປັນແຜນງານ ແລະ ໂຄງການສະເພາະຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ; ສ້າງ, ປັບປຸງ, ໂຄສະນາເຜີຍແຜ່ ແລະ ກວດກາປະເມີນຜົນ ການຈັດຕັ້ງປະຕິບັດ ບັນດາກົດໝາຍ, ນິຕິກຳໃຕ້ກົດໝາຍ, ນະໂຍບາຍ, ແຜນຍຸດທະສາດ, ແຜນງານ ແລະ ໂຄງການຂອງຂະແໜງການປ່າໄມ້;
3.ຄົ້ນຄວ້າປັບປຸງ ແລະ ຜັນຂະຫຍາຍ ກົດໝາຍປ່າໄມ້,​ ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ໃຫ້ເປັນນິຕິກໍາໃຕ້ກົດໝາຍ ເປັນຂໍ້ກຳນົດລະບຽບການ ເພື່ອຈັດຕັ້ງປະຕິບັດໃຫ້ຈະແຈ້ງ ເປັນຕົ້ນແມ່ນ ລະບຽບການຄຸ້ມຄອງປົກປັກຮັກສາ ແລະ ພັດທະນາ ຕາມ 3 ລະບົບປະເພດປ່າ ແລະ ສັດນໍ້າ-ສັດປ່າ; ຄົ້ນຄວ້າປັບປຸງການຄຸ້ມຄອງ ການຂຸດຄົ້ນ ແລະ ເຄື່ອນຍ້າຍ ໄມ້ຕິ້ວ, ຖ່ານຂາວ, ໄມ້ທຳມະຊາດ, ໄມ້ປູກ, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ຢູ່ພາຍໃນປະເທດ ແລະ ການສົ່ງອອກ ເຂົ້າສູ່ລະບົບ; ສ້າງ ແລະ ປັບປຸງນິຕິກໍາ ກ່ຽວກັບການຄຸ້ມຄອງໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງເຟີນີເຈີ, ໂຮງງານປຸງແຕ່ງເຄື່ອງປ່າຂອງດົງ ແລະ ຢາງພາລາ ແລະ ນິຕິກໍາອື່ນ ທີ່ເຫັນວ່າມີຄວາມຈຳເປັນ;
4.ຄົ້ນຄວ້າ, ສ້າງຮ່າງຍຸດທະສາດປ່າໄມ້, ນະໂຍບາຍຈັດສັນທີ່ດິນປ່າໄມ້ແບບມີສ່ວນຮ່ວມ ແລະ ອາຊີບຄົງທີ່ ໃຫ້ແກ່ຊຸມຊົນ ແລະ ບ້ານທີ່ຕັ້ງຖິ່ນຖານ ຢູ່ໃນຂອບເຂດທີ່ດິນປ່າໄມ້ ທີ່ບໍ່ສາມາດຍົກຍ້າຍອອກຈາກຖິ່ນຖານເດີມໃຫ້ໄດ້ຮັບການພັດທະນາ ທັງປົກປັກຮັກສາປ່າໄມ້ໃຫ້ຍືນຍົງ ເພື່ອນໍາສະເໜີລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ແລະ ລັດຖະບານ ພິຈາລະນາຮັບຮອງ;
5.ຄົ້ນຄວ້າ, ປັບປຸງກົນໄກ, ນະໂຍບາຍຄຸ້ມຄອງ ແລະພັດທະນາອຸທິຍານແຫ່ງຊາດ, ປ່າສະຫງວນແຫ່ງຊາດ, ປ່າປ້ອງກັນແຫ່ງຊາດ ທີ່ກວມເອົາຫຼາຍແຂວງ ໃຫ້ຈະແຈ້ງ; ມີກົນໄກການຄຸ້ມຄອງສະເພາະ ໂດຍມີສ່ວນຮ່ວມຂອງຫຼາຍພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນທ້ອງຖິ່ນ;
6.ຄົ້ນຄວ້ານະໂຍບາຍ ສົ່ງເສີມການລົງທຶນ ຂອງພາກສ່ວນຕ່າງໆ ໂດຍສະເພາະແມ່ນພາກສ່ວນຜູ້ປະກອບການ ແລະ ຊຸມຊົນ ເພື່ອຟື້ນຟູປ່າ, ພັດທະນາ ແລະ ປູກໄມ້ໃນເຂດປ່າຜະລິດ ໃຫ້ຈະແຈ້ງ;
7.ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບປ່າໄມ້, ທີ່ດິນປ່າໄມ້, ຊັບພະຍາກອນປ່າໄມ້ ແລະ ໂຮງ ງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງເຟີນີເຈີ, ໂຮງງານປຸງແຕ່ງຢາງພາລາ ແລະ ເຄື່ອງປ່າຂອງດົງ ໃນຂອບເຂດທົ່ວປະເທດ ເພື່ອສະເໜີລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ພິຈາລະນາອະນຸມັດ ພ້ອມທັງເປັນໃຈກາງຄຸ້ມຄອງ, ຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ;
8.ສຸມທຸກກຳລັງແຮງໃນການປົກປັກຮັກສາ ແລະ ພັດທະນາຊັບພະຍາກອນປ່າໄມ້ໃຫ້ຍືນຍົງ ປະກອບສ່ວນຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານໃຫ້ພຽງພໍ ເພື່ອຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ, ມີວັດຖຸດິບປ້ອນໂຮງງານປຸງແຕ່ງ, ມີຜົນຜະລິດສົດ, ສະອາດ ແລະ ປອດໄພ ເພື່ອຊົມໃຊ້ພາຍໃນ ປ່ຽນແທນການນຳເຂົ້າ ແລະ ສົ່ງເສີມການຜະລິດສິນຄ້າ ເພື່ອສົ່ງອອກ;
9.ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ ດໍາເນີນວຽກງານ ສໍາຫຼວດ, ກໍານົດເຂດແດນ, ປັກຫຼັກໝາຍ, ກໍານົດເຂດຫວງຫ້າມເດັດຂາດ, ເຂດຄຸ້ມຄອງນໍາໃຊ້ ໃຫ້ຊັດເຈນ ແລະ ແທດເໝາະກັບຄວາມເປັນຈິງ ພ້ອມທັງເກັບກໍາຂໍ້ມູນທ່າແຮງໃນການທ່ອງທ່ຽວທໍາມະຊາດ ແລະ ສົ່ງເສີມການທ່ອງທ່ຽວຢູ່ເຂດປ່າໄມ້;
10.ວາງແຜນ, ຈັດສັນ ແລະ ຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຕາມ 03 ລະບົບປະເພດປ່າ ໃຫ້ມີຄວາມຍືນຍົງ ລວມທັງເຂດອ່າງຮັບນ້ຳ, ເຂດປ່າ ໄມ້ຂັ້ນບ້ານ, ເຂດປູກໄມ້, ເຂດຟື້ນຟູປ່າ ແລະ ກໍານົດເຂດອະນຸລັກສະເພາະຊີວະນາໆພັນ, ສັດນໍ້າ-ສັດປ່າ ພ້ອມທັງຄຸ້ມຄອງ ການຊື້-ຂາຍ ຊະນິດພັນ ສັດນໍ້າ-ສັດປ່າ ແລະ ພືດປ່າ ປະເພດຫວງຫ້າມ ແລະ ໃກ້ຈະສູນພັນ ຕາມສົນທິສັນຍາທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນອື່ນ ທີ່ກ່ຽວຂ້ອງ;
11.ລົງສົມທົບກັບທ້ອງຖິ່ນ ສ້າງແຜນຈັດສັນປ່າໄມ້ຂັ້ນບ້ານ ແບບມີສ່ວນຮ່ວມ ລວມທັງການສ້າງສັນຍາຄຸ້ມຄອງປ່າໄມ້ ຂັ້ນບ້ານ ພ້ອມທັງຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດສັນຍາດັ່ງກ່າວ;
12.ຄົ້ນຄວ້າ ສໍາຫຼວດ ເກັບຂໍ້ມູນຄວາມອາດສາມາດ ໃນການສະໜອງໄມ້ ແລະ ເຄື່ອງປ່າຂອງດົງ ຢູ່ໃນເຂດປ່າຜະລິດ ໃນແຕ່ລະປີ ເພື່ອວາງແຜນຂຸດຄົ້ນ ແລະ ເປັນພື້ນຖານ ໃນການວາງແຜນດັດສົມໂຮງງານປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ; ສໍາຫຼວດເກັບຂໍ້ມູນເນື້ອທີ່ປ່າຊຸດໂຊມ ແລະ ທີ່ດິນປ່າປອກໂຫຼ້ນ ຢູ່ເຂດປ່າຜະລິດ ເພື່ອວາງແຜນສົ່ງເສີມ ການປູກໄມ້ ແລະ ເຄື່ອງປ່າຂອງດົງ ເປັນສິນຄ້າ ດ້ວຍຮູບແບບຕ່າງໆ ລວມທັງລະບົບກະສິກຳ-ປ່າໄມ້ ແບບປະສົມປະສານ;
13.ຄົ້ນຄວ້າ ແລະ ສະເໜີພິຈາລະນາ ສ້າງຕັ້ງ, ຂະຫຍາຍ, ຍົກລະດັບ, ຫັນປ່ຽນ ປ່າປ້ອງກັນ, ປ່າສະຫງວນ,   ປ່າຜະລິດ ແລະ ເຂດອະນຸລັກພັນພືດ, ພັນສັດນ້ຳ-ສັດປ່າ ເພື່ອໃຫ້ຂັ້ນເທິງພິຈາລະນາ​;
14.ເປັນເຈົ້າການ ສຳຫຼວດປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ກຳນົດເຂດປ່າໄມ້, ທີ່ດິນປ່າໄມ້, ອັດຕາຄວາມປົກຫຸ້ມປ່າໄມ້, ເນື້ອທີ່ປ່າໄມ້, ສັດນໍ້າ-ສັດປ່າ ແລະ ຊີວະນາໆພັນ ໃນລະດັບຊາດ ພ້ອມທັງຊຸກຍູ້, ຕິດຕາມ ການສຳຫຼວດ ເພື່ອການຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ;
15.ຊຸກຍູ້ ແລະ ສົ່ງເສີມ ວຽກງານ ກວດກາລາດຕະເວນ, ປ້ອງກັນ, ສະກັດກັ້ນໄຟໄໝ້ລາມປ່າ ແລະ ພະຍາດບົ້ງແມງ, ການກ້າເບ້ຍໄມ້, ການປູກໄມ້, ການຟື້ນຟູປ່າ, ແຫຼ່ງແກ່ນພັນໄມ້ ແລະ ຮ້ານຂາຍເບ້ຍໄມ້, ການຂຶ້ນທະບຽນ ປ່າປູກ ແລະ ເຄື່ອງປ່າຂອງດົງ, ເຂດຟື້ນຟູປ່າ, ເຂດປູກປ່າທົດແທນ, ສວນສັດ, ຟາມລ້ຽງສັດປ່າ ແລະ  ການຢັ້ງຢືນ ປ່າໄມ້, ພັນພືດ-ພັນສັດປ່າ ແລະ ຢັ້ງຢືນ ຕົ້ນໄມ້ທຳມະຊາດ, ຕົ້ນໄມ້ປູກ ແລະ ຕົ້ນ ໄມ້ໃຫ້ໝາກ ຢູ່ໃນເນື້ອທີ່ດິນ ທີ່ເປັນກຳມະສິດ ຂອງບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງ;
16.ຊຸກຍູ້ ແລະ ສົ່ງເສີມ ວຽກງານຄຸ້ມຄອງປ່າໄມ້ຂັ້ນບ້ານ ແບບຍືນນານ ແລະ ມີສ່ວນຮ່ວມ ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ;
17.ເກັບກຳ, ສັງລວມ, ສ້າງ ແລະ ຄຸ້ມຄອງ ຂໍ້ມູນຂ່າວສານຊັບພະຍາກອນປ່າໄມ້ ທົ່ວປະເທດ ເພື່ອເປັນຖານຂໍ້ມູນ ໃຫ້ແກ່ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ;
18.ຄຸ້ມຄອງ, ຊຸກຍູ້,​ ສົ່ງເສີມ ແລະ ພັດທະນາ ໂຮງງານປຸງແຕ່ງໄມ້, ໂຮງເລື່ອຍ, ໂຮງຊອຍ, ໂຮງເຟີນີເຈີ, ໂຮງງານປຸງແຕ່ງຢາງພາລາ ແລະ ເຄື່ອງປ່າຂອງດົງ ໃຫ້ເປັນລະບົບຕ່ອງໂສ້ ໃນການຄຸ້ມຄອງກຳນົດແຜນສະໜອງວັດຖຸດິບ, ການຜະລິດ, ການປຸງແຕ່ງ ແລະ ການຕະຫຼາດຢ່າງກົມກຽວ ຕາມທິດຫັນເປັນທັນສະໄໝ;
19.ຊຸກຍູ້, ຕິດຕາມ ແລະ ຄຸ້ມຄອງ ການຂຸດຄົ້ນ, ຈັກຕັດໄມ້ ແລະ ອຸປະກອນຂຸດຄົ້ນໄມ້ອື່ນໆ ພາຫະນະລາກແກ່ຂົນສົ່ງໄມ້ ແລະ ແຮງງານ ທີ່ດຳເນີນ ກິດຈະການຂຸດຄົ້ນໄມ້; ຄຸ້ມຄອງ ແລະ ອະນຸຍາດນຳໃຊ້ ຄ້ອນກາ  ຕີໄມ້, ໃບອະນຸຍາດຂຸດຄົ້ນໄມ້ ແລະ ເຄື່ອນຍ້າຍ ໄມ້ຖ່ອນ, ໄມ້ເລື່ອຍ, ໄມ້ປະດັບ, ໄມ້ຄໍ້າແບບ, ໄມ້ຫຼັກຮົ້ວໄມ້ເປັນພະລັງງານ, ຖ່ານ, ເຄື່ອງປ່າຂອງດົງ ແລະ ສັດນໍ້າ-ສັດປ່າ;
20.ຄົ້ນຄວ້າປັບປຸງ ບັນດານິຕິກໍາ, ກົນໄກ, ລະບຽບການ, ຂັ້ນຂອດ ແລະ ສິ່ງກີດຂວາງ ທີ່ເປັນອຸປະສັກ ແກ່ການດຶງດູດການລົງທຶນ, ເຄື່ອນໄຫວດໍາເນີນ ທຸລະກິດ, ການຜະລິດຂອງບັນດາບໍລິສັດ, ຜູ້ປະກອບການ, ຫົວໜ່ວຍການຜະລິດ, ຟາມ, ຄອບຄົວຕົວແບບ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ເປັນເອກະພາບ;   
 
21. ຄົ້ນຄວ້າ, ປະກອບຄຳເຫັນ ແລະ ຢັ້ງຢືນ ບົດວິພາກເສດຖະກິດ-ເຕັກນິກ, ການຂຶ້ນທະບຽນ, ການຕໍ່ທະບຽນ ແລະ ໃບອະນຸຍາດດຳເນີນ ກິດຈະການ ກ່ຽວກັບປ່າໄມ້ ເຊັ່ນ: ເຄື່ອງປ່າຂອງດົງ, ທ່ອງທ່ຽວທໍາມະຊາດ, ສັດນໍ້າ-ສັດປ່າ, ໂຮງງານອຸດສາຫະກຳປຸງແຕ່ງໄມ້ ແລະ ເຄື່ອງປ່າຂອງດົງ ແລະ ອື່ນໆ ລວມທັງການຫັນປ່ຽນທີ່ດິນ​ປ່າໄມ້ ເປັນທີ່ດິນປະເພດອື່ນ ພ້ອມທັງຄຸ້ມຄອງ, ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການລົງທຶນ ໃນ   ຂະແໜງການປ່າໄມ້, ໂຄງການທີ່ຕິດພັນກັບປ່າໄມ້ ແລະ ທີ່ດິນປ່າໄມ້;
22. ເປັນໃຈກາງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຊີ້ນໍາ ແລະ ຈັດຕັ້ງປະຕິບັດ ວຽກງານການຈ່າຍຄ່າບໍລິການ ຂອງລະບົບນິເວດປ່າໄມ້ ເປັນຕົ້ນແມ່ນ ການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເຊື່ອມໂຊມ ແລະ ຍູ້ແຮງການຂາຍສິນເຊື່ອກາກບອນປ່າໄມ້ ໃນເຂດປ່າໄມ້ທີ່ມີເງື່ອນໄຂ ຕາມທິດສີຂຽວ ແລະ ຍືນຍົງ;
23.ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ, ສະສົມທຶນ ແລະ ລະດົມທຶນ ຈາກບັນດາກິດຈະການປ່າໄມ້ ແລະ ກິດຈະການ ທີ່ກ່ຽວຂ້ອງ ກັບການນໍາໃຊ້ຊັບພະຍາກອນປ່າໄມ້ ລວມທັງການປະກອບສ່ວນຈາກ ພາຍໃນ ແລະ ຕ່າງປະເທດ ເຂົ້າກອງທຶນປົກປັກຮັກສາປ່າໄມ້ ພ້ອມທັງຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນ ການນຳໃຊ້ທຶນດັ່ງກ່າວ ໃຫ້ມີປະສິດທິຜົນ; 
24.ຄົ້ນຄວ້າ, ນໍາສະເໜີ ແລະ ປັບປຸງກົງຈັກການຈັດຕັ້ງ ພ້ອມທັງກໍານົດຕໍາແໜ່ງງານ ໃຫ້ຄົບຖ້ວນ; ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ແລະ ແຜນການບໍາລຸງກໍ່ສ້າງພະນັກງານ-ລັດຖະກອນ ໃນແຕ່ລະໄລຍະ ພ້ອມທັງບັນຈຸສັບຊ້ອນບຸກຄະລາກອນ ຂັ້ນພະແນກ, ກອງ ແລະ ສູນ ພາຍໃນກົມປ່າໄມ້;
25.ຄົ້ນຄວ້າ, ນຳສະເໜີຂໍອະນຸມັດ ພ້ອມທັງສະເໜີພິຈາລະນາ ໂຈະ, ຍົກເລີກ ບັນດາຂໍ້ຕົກລົງ, ຄຳສັ່ງ, ຄໍາແນະ ນຳ, ແຈ້ງການ ແລະ ນິຕິກຳອື່ນ ຂອງຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ກ່ຽວກັບວຽກງານຄຸ້ມຄອງປ່າໄມ້ ແລະ ທີ່ດິນປ່າໄມ້ ຕາມພາລະບົດບາດຂອງຕົນ;
26.ຍາດແຍ່ງເອົາການຮ່ວມມື ແລະ ຊ່ວຍເຫຼືອດ້ານທຶນຮອນ, ເຕັກນິກວິທະຍາສາດ ຈາກພາຍໃນ ແລະ ຕ່າງ ປະເທດ ເພື່ອປະກອບສ່ວນເຂົ້າໃນ ການຈັດຕັ້ງ ປະຕິບັດ ບັນດາແຜນງານ, ແຜນການ, ໂຄງການ ແລະ ສົນ ທິສັນຍາສາກົນທີ່ກ່ຽວຂ້ອງກັບປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຊຶ່ງ ສປປ ລາວ ເປັນພາຄີ;
27.ຄຸ້ມຄອງ ແລະ ປະຕິບັດນະໂຍບາຍ ຕໍ່ພະນັກງານ-ລັດຖະກອນ ໃນຂະແໜງການຕົນ, ເປັນໃຈກາງປະສານງານ, ສະຫຼຸບ, ລາຍງານ ວຽກງານ ບົດບາດຍິງ-ຊາຍ ແລະ ພັດທະນາຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໃນຂະແໜງການປ່າໄມ້;
28.ຄຸ້ມຄອງງົບປະມານ ແລະ ຊັບສິນຂອງລັດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງປ່າໄມ້ ພ້ອມທັງສັງລວມ, ສະຫຼຸບລາຍງານ ຕາມກົດໝາຍ ແລະ ລະບຽບການ ທີ່ໄດ້ກຳນົດໄວ້;
29.ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ບັນດາໂຄງການງົບປະມານຂອງລັດ ແລະ ໂຄງການຮ່ວມມືກັບຕ່າງປະເທດ ກ່ຽວກັບວຽກງານປ່າໄມ້ ໃຫ້ໄປຕາມວຽກຈຸດສຸມຂອງກະຊວງ, ວຽກຈຸດສຸມຂອງລັດຖະບານໃນແຕ່ລະໄລຍະ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ; ມີການຕິດຕາມ, ກວດກາ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ໃຫ້ມີຜົນສຳເລັດ; 
30.ປະກອບສ່ວນເຂົ້າໃນການພັດທະນາ ບັນດາວິທະຍາໄລກະສິກໍາ ແລະ ປ່າໄມ້ ແລະ ໂຮງຮຽນ ທີ່ຂຶ້ນກັບ  ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ມີຄວາມເຂັ້ມແຂງ; ຫັນກິດຈະກໍາໂຄງການ, ງົບປະມານ, ເຕັກນິກວິຊາການ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ລົງສູ່ບັນດາສູນ, ກອງຄຸ້ມຄອງ 3 ປະເພດປ່າ ຢູ່ຂັ້ນທ້ອງຖິ່ນ ເພື່ອປະກອບສ່ວນສ້າງ ສູນ, ກອງ ດັ່ງກ່າວໃຫ້ມີຄວາມເຂັ້ມແຂງ;
31. ສະຫຼຸບ, ລາຍ​ງານວຽກງານຂອງຕົນ ໃຫ້ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ຊາບ ແລະ ເພື່ອຊີ້ນຳ;
32.ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະ ມົນຕີ ຜູ້ຊີ້ນຳ.

homescontents
homescontents