ພິທີສະເຫຼີມສະຫຼອງ ວັນສັດປ່າແຫ່ງຊາດ ແລະ ສາກົນ ວັນທີ 3 ມີນາ 2025
ພິທີສະເຫຼີມສະຫຼອງ ວັນສັດປ່າແຫ່ງຊາດ ແລະ ສາກົນ ວັນທີ 3 ມີນາ 2025
ໃນວນທີ 14 ມີນາ 2025 ກົມປ່າໄມ້,
ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ໂຄງການ ‘ການອະນຸລັກລະບົບນິເວດ
ຜ່ານການຄຸ້ມຄອງພູມີທັດແບບປະສົມປະສານ ໃນ ສປປ ລາວ (ECILL)’
ທີ່ຮັບການສະໜອງທຶນໂດຍ ສະ ຫະພາບ ເອີຣົບ (EU) ແລະ ອົງການຝຣັ່ງເພື່ອການພັດທະນາ
(AFD) ແລະ ຈັດຕັ້ງປະຕິບັດໂດຍ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ (WCS),
ໄດ້ຈັດພິທີສະເຫຼີມສະຫຼອງວັນສັດປ່າແຫ່ງຊາດ ແລະ ສາກົນ ພາຍໃຕ້ຫົວຂໍ້:
“ການເງິນເພື່ອວຽກງານອະນຸລັກສັດປ່າ”
ເພື່ອສົ່ງເສີມການປູກຈິດສໍານຶກກ່ຽວກັບຄວາມສໍາຄັນ
ຂອງການອະນຸລັກຊັບພະຍາກອນທໍາມະຊາດ ໂດຍສະເພາະສັດປ່າ ແລະ ສັດປ່າທີ່ໃກ້ຈະສູນພັນ
ຂຶ້ນ, ທີ່ນະຄອນຫຼວງວຽງຈັນ. ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ. ນາງ
ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າມ້, ທ່ານ Mark
Gallagher ເອກອັກຄະລັດຖະທູດ ສະຫະພາບເອີຣົບປະຈຳ ສປປ ລາວ.
ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມຫຼາຍກວ່າ 300 ທ່ານ.
ວັນສັດປ່າໂລກ ຄົບຮອບ 52 ປີ
ຂອງສົນທິສັັນຍາສາກົນ CITES ທີ່ໄດ້ລົງນາມໃນປີ 1973 ແລະ ສປປ ລາວ
ກໍ່ໄດ້ເຂົ້າເປັນພາຄີຂອງສົນທິສັນຍາສາກົນດັ່ງກ່າວ ໃນວັນທີ 30 ພຶດສະພາ 2004.
ໃນປັດຈຸບັນ ລັດຖະບານແຫ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນ
ກ່ຽວກັບການອະນຸລັກຊັບພະຍາກອນທໍາມະຊາດ ໂດຍໄດ້ກໍານົດເອົາວັນທີ 3 ມີນາ
ຂອງທຸກໆປີ ເປັນວັນສັດປ່າແຫ່ງຊາດ ອີງຕາມກົດໝາຍ ວ່າດ້ວຍ ສັດປ່າ ສະບັບປັບປຸງ
(2023).
ພິທີສະເຫຼີມສະຫຼອງໃນປີນີ້ ເນັ້ນໃສ່ການສົ່ງເສີມຄວາມເຂົ້າໃຈ ກ່ຽວກັບການຈັດການ
ແລະ ຄຸ້ມຄອງສັດປ່າແບບຍືນຍົງ ໂດຍມີຈຸດປະສົງ ເພື່ອເປັນການໂຄສະນາເຜີຍແຜ່ ແລະ
ປູກຈິດສໍານຶກໃຫ້ພະນັກງານຂະແໜງການຂອງລັດ, ຜູປະກອບການນັກຮຽນ, ນັກສຶກສາ ແລະ
ປະຊາຊົນ ໃຫ້ເຂົ້າໃຈຢ່າງເລິກເຊີ່ງຕໍ່ກັບວຽກງານການຄຸ້ມຄອງ, ປົກປັກຮັກສາ,
ພັດທະນາ ແລະ ນໍາໃຊ້ ສັດປ່າ ແບບຍືນຍົງ; ເພື່ອລາຍງານ ວຽກງານສົນທິສັນຍາສາກົນ
ວ່າດ້ວຍ ການຄ້າຂາຍສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງຊາດ (CITES):
ສະຫຼຸບຕີລາຄາໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.
ລັດຖະບານ ໄດ້ຖືເອົາວຽກງານຄຸ້ມຄອງປົກປັກຮັກສາ ແລະ ພັດທະນາປ່າໄມ້
ເປັນວຽກຍຸດທະສາດທີ່ສໍາຄັນ ເພື່ອຍົກລະດັບຄວາມປົກຫຸ້ມຂອງປ່າໄມ້
ທີ່ມີໃນປະຈຸບັນໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ. ນອກຈາກນັ້ນ,
ຍັງໄດ້ປະກາດໃຊ້ກົດໝາຍ ວ່າດ້ວຍສັດປ່າ (2023), ກົດໝາຍ ວ່າດ້ວຍປ່າໄມ້ (20219),
ດໍາລັດ ໄຊເຕັດ (2024) ແລະ ນິຕິກຳລຸ່ມກົດໝາຍຕ່າງໆ ເພື່ອສະໜັບສະໜູນວຽກງານ
ການຈັດການຊັບພະຍາກອນປ່າໄມ້ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນ. ຄຽງຄູ່ກັນນັ້ນ
ກໍ່ຍັງມີຫຼາຍສິ່ງ ຫຼາຍຢ່າງ ທີ່ເຫັນວ່າຍັງມີຄວາມຫຍຸ້ງຍາກ ເພາະບັນຫາສັດປ່າ
ມັນຕິດພັນກັບວິຖີການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ,
ຊຶ່ງປະຊາຊົນບັນດາເຜົ່າເຫຼົ່ານັ້ນສ່ວນຫຼາຍ ແມ່ນອາໄສ ແລະ ຕິດພັນກັບທຳມະຊາດ.
ສະນັ້ນ, ຕ້ອງໄດ້ໃຊ້ເວລາໃນການ ໃຫ້ຂໍ້ມູນ, ສຶກສາອົບຮົມ ແລະ ພັດທະນາ
ໃຫ້ປະຊາຊົນມີຊີວິດທີ່ດີຂື້ນ.
News by: MAF Media Team