Logo
Untitled 2

ວິໄສທັດ: “ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ມີຄວາມອຸດົມສົມບູນ ເປັນທ່າແຮງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະກອບສ່ວນ ປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ, ປົກປັກຮັກສາ ຊີວະນາໆພັນ, ສິ່ງແວດລ້ອມ ແລະ ຮັບມືການປ່ຽນແປງດິນຟ້າອາກາດ”

ກອງປະຊຸມປຶກສາຫາລື ກ່ຽວກັບການສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5

ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ແມ່ນ 1 ໃນ 9 ອຸທິຍານແຫ່ງຊາດ ທີ່ລັດຖະບານໄດ້ປະກາດສ້າງຕັ້ງຂຶ້້ນ ຕາມດໍາລັດ ສະບັບເລກທີ 36/ນຍ, ລົງວັນທີ 15 ກຸມພາ 2019.ມີເນື້ອທີ່ທັງໝົດ 427,770 ເຮັກຕາ ກວມເອົາ 02 ແຂວງ 04 ເມືອງ ຄື: ເມືອງຍົມມະລາດ, ເມືອງບົວລະພາ, ເມືອງນາກາຍ ແຂວງຄໍາມ່ວນ ແລະ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ເປັນເຂດທີ່ມີຄວາມອຸດົມສົມບູນທາງດ້ານ ຊີວະນາໆພັນ, ຮ່ອງຮອຍປູລິຍະສະຖານທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ທີ່ໂດດເດັ່ນ ມີຄຸນຄ່າດ້ານການອະນຸລັກ ໃນລະດັບພາກພື້ນກໍ່ຄືສາກົນ.

ເພື່ອຮັບປະກັນການປົກປັກຮັກສາ ຊີວະນາໆພັນ ແລະ ການພັດທະນາທີ່ຍືນຍົງ ທັງເປັນບ່ອນອີງໃນການສ້າງແຜນກິດຈະກໍາ ແລະ ງົບປະມານ ເພື່ອສະເໜີຂໍສະໜັບສະໜູນງົບປະມານນໍາຜູ້ໃຫ້ທຶນ. ໃນໄລຍະຜ່ານມາກອງເລຂາ ໄດ້ສົມທົບກັບຄະນະຊ່ຽວຊານ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັນປຶກສາຫາລື ແລະ ສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ (SEMFOP) ສະບັບທີ 1 (2007-2011), ສະບັບທີ 2 (2012-2016), ສະບັບທີ 3 (2017-2021) ແລະ ສະບັບທີ 4 (2022-2026). ຊຶ່ງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 4 ຈະສິ້ນສຸດລົງໃນເດືອນທັນວາ 2026 ນີ້. ການພັດທະນາແຜນດັ່ງກ່າວໃຫ້ສໍາເລັດຕາມກອບເວລາ ແລະ ສອດຄ່ອງກັບສະພາບຕົວຈິງ ນັບແຕ່ຕົ້ນເດືອນສິງຫາ 2026 ເປັນຕົ້ນມາ ກອງເລຂາ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໄດ້ດໍາເນີນຂະບວນການຈັດຈ້າງຄະນະຊ່ຽວຊານ ມາຊ່ວຍພັດທະນາ ຮ່າງ ແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5, ຊຶ່ງປັດຈຸບັນໄດ້ສໍາເລັດ ແລະ ຖືກຮັບຮອງໃນກອງປະຊຸມ ຄະນະກໍາມະການບໍລິຫານ ອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຄັ້ງທີ 23.

ສະນັ້ນ, ໃນວັນທີ 15 ກັນຍາ 2026, ກົມປ່າໄມ້, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສໍາລັບອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ຂັ້ນສູນກາງ ຂຶ້ນ, ທີ່ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ໂດຍການເປັນປະທານຂອງ ທ່ານ ຄໍາເຝືອ ສິຣິວົງ ຮອງຫົວໜ້າກົມປ່າໄມ້, ຊຶ່ງມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ 50 ກວ່າທ່ານ.

ຈຸດປະສົງ ເພື່ອປຶກສາຫາລືການກໍານົດວິໄສທັດ ແລະ ເປົ້າໝາຍໄລຍະຍາວ ຂອງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5 ສໍາລັບອຸທິຍານແຫ່ງຊາດ ນາກາຍ-ນໍ້າເທີນ ໃຫ້ກາຍເປັນກອບຍຸດທະສາດລະດັບສູງທີ່ມີຄວາມສອດຄ່ອງ ກັບນະໂຍບາຍໄລຍະໃໝ່ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ ກໍ່ຄືທ້ອງຖິ່ນ. ໂດຍຜ່ານຂະບວນການປຶກສາຫາລືແບບມີສ່ວນຮ່ວມ ກັບຫຼາຍພາກ ສ່ວນ ແລະ ຫຼາຍລະດັບ ຈາກສູນກາງຈົນຮອດທ້ອງຖິ່ນ.

ໃນທີ່ປະຊຸມ ໄດ້ນໍາສະເໜີລາຍງານຫຍໍ້ ຜົນສໍາເລັດ, ບົດຮຽນທີ່ຖອດຖອນໄດ້ ແລະ ສິ່ງທ້າທາຍ ຈາກການດຳເນີນແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 4; ສ້າງຄວາມເຂົ້າໃຈ ຕໍ່ແຜນຍຸດທະສາດ ແລະ ຂະບວນການພັດທະນາ ໃນໄລຍະ 5 ແລະ ຮ່ວມກັນທົບທວນ, ປັບປຸງ ແລະ ຢັ້ງຢືນຍຸດທະສາດການສົ່ງເສີມ ແລະ ຄາດໝາຍທີ່ຈະໄດ້ຮັບ ຂອງແຜນຄຸ້ມຄອງສັງຄົມ ແລະ ສິ່ງແວດລ້ອມ ສະບັບທີ 5. ໂດຍການແບ່ງກຸ່ມລົງເລິກປຶກສາຫາລື 3 ຫົວຂໍ້ສໍາຄັນ ຄື: ການຄຸ້ມຄອງບໍຫານ (ການປະສານງານ, ການຄຸ້ມຄອງບຸກຄະລາກອນ, ຊັບສິນ, ການເງິນ); ການຄຸ້ມຄອງປົກປັກຮັກສາ (ສຶກສາສໍາຫຼວດຊີວະນາໆພັນ, ປະຕິບັດກົດໝາຍ, ເຜີຍແຜ່ປູກຈິດສໍານຶກ) ແລະ ການພັດທະນາ (ຊີວິດການເປັນຢູ່, ການທ່ອງທ່ຽວ ແລະ ປ່າໄມ້).

ຂ່າວ/ພາບໂດຍ: ອາມຸດ ແສນທອນ;
ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.
#ລາຍການກະສິກຳແລະສິ່ງແວດລ້ອມ.
ອອກອາກາດ ທາງໂທລະພາບແຫ່ງຊາດ ຊ່ອງ1:
- ວັນພະຫັດ ເວລາ 17:30-18:00 ໂມງ;
- ວັນສຸກ ເວລາ 14:25-14:55 ໂມງ;
- ວັນອາທິດ ເວລາ 10:00-10:30 ໂມງ.
ອອກອາກາດ ທາງໂທລະພາບແຫ່ງຊາດ ຊ່ອງ3:
- ວັນອາທິດ ເວລາ 6:30-07:00 ໂມງ;
- ວັນອາທິດ ເວລາ 13:10-13:40 ໂມງ;
- ວັນອາທິດ ເວລາ 20:45-21:15 ໂມງ.
ທ່ານສາມາດຕິດຕາມຂໍ້ມູນ ຂ່າວສານ ວຽກງານກະສິກຳ ແລະ ສິ່ງແວດລ້ອມ ເພິ່ມຕື່ມໄດ້ທີ່: http://www.mae.gov.la



homescontents
homescontents